Sunday, 19 May 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ແລະ ກົມຕຳຫຼວດເສດຖະກິດ ຈັດການແຂ່ງຂັນກິລາມິດຕະພາບຊາຍ ເພື່ອຮັດແໜ້ນຄວາມສາມັກຄີ
ວັນທີອອກຂ່າວ: 2016-05-12 15:49:13

ເນື້ີອໃນຂ່າວ:

ເພື່ອເປັນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກກົມຕຳຫຼວດເສດຖະກິດ ທີ່ໃກ້ຈະມາເຖິງ ພ້ອມທັງເປັນການສ້າງຄວາມສາມັກຄີຮັກແພງໃຫ້ແໜ້ນແຟ້ນຫຼາຍກວ່າເກົ່າ. ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ແລະ ກົມຕຳຫຼວດເສດຖະກິດ ໄດ້ຈັດຕັ້ງຂະບວນການແຂ່ງຂັນກິລາບານເຕະມິດຕະພາບຊາຍຂຶ້ນ ໃນວັນທີ 05 ພຶດສະພາ 2016 ທີ່ເດີ່ນເຕະບານ ວິນນີ້ງ ເຊເວນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ. ສຸລິສັກ ທຳນຸວົງ ຮອງຫົວໜ້າ ສຳນັກງານ ຄຄຊ ແລະ ທ່ານ ດຣ. ພັນໄຊ ທຳມະສິດ ຮອງຫົວໜ້າກົມຕຳຫຼວດເສດຖະກິດ, ພ້ອມດ້ວຍຄະນະນຳ ແລະ ພະນັກງານ ທັງ 2 ພາກສ່ວນເຂົ້າຮ່ວມດ້ວຍບັນຍາກາດທີ່ເຕັມໄປດ້ວຍສຽງກອງເຊຍຢ່າງມ່ວນຊື່ນ ແລະ ຟົດຟື້ນ.

ການແຂ່ງຂັນກິລາແມ່ນດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ຮູ້ແພ້ຮູ້ຊະນະ, ຕ່າງຝ່າຍຕ່າງສ້າງບັນຍາກາດ ແລະ ຫຼິ້ນດ້ວຍນ້ຳໃຈນັກກິລາ. ສຳລັບຜົນການແຂ່ງຂັນແມ່ນ ທີມບານເຕະຊາຍ ສຳນັກງານ ຄຄຊ ເອົາຊະນະ ທີມກົມຕຳຫຼວດເສດຖະກິດ ດ້ວຍຄະແນນ 8 ຕໍ່ 6.

ໃນການແຂ່ງຂັນກິລາຄັ້ງນີ້ ທັງສອງຝ່າຍໄດ້ແລກປ່ຽນທຸງກິລາ, ແລະ ຊໍ່ດອກໄມ້, ພ້ອມນັ້ນ ມີພາເຂົ້າສາມັກຄີຮ່ວມກັນ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ເຮັດໃຫ້ພະນັກງານທັງສອງຝ່າຍ ກໍ່ຄືສຳນັກງານ ຄຄຊ ແລະ ກົມຕຳຫຼວດເສດຖະກິດ ໄດ້ມີໂອກາດແລກປ່ຽນບົດຮຽນດ້ານວິຊາການນຳ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.