Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ແລະ ສ.ວ.ນ ຮ່ວມຈັດການແຂ່ງຂັນກິລາມິດຕະພາບຊາຍ ເພື່ອຮັດແໜ້ນຄວາມສາມັກຄີ
ວັນທີອອກຂ່າວ: 2016-09-14 15:56:09

ເນື້ີອໃນຂ່າວ:

ເພື່ອເປັນການສ້າງຂະບວນການຊົມເຊີຍວັນລັດຖະທຳມະນູນແຫ່ງຊາດ, ລະນຶກວັນຍຶດອຳນາດ ສປປ ລາວ ແລະ ທັງເປັນການສ້າງຄວາມສາມັກຄີຮັກແພງໃຫ້ແໜ້ນແຟ້ນຫຼາຍກວ່າເກົ່າ ລະຫວ່າງສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ແລະ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ (ສ.ວ.ນ) ໄດ້ຈັດຕັ້ງຂະບວນການແຂ່ງຂັນກິລາບານເຕະມິດຕະພາບຊາຍຂຶ້ນ ໃນວັນທີ 02 ກັນຍາ 2016 ທີ່ເດີ່ນກາແລ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານ ຄຄຊ ແລະ ທ່ານ ວັດດານາ ສຸຄະບັນດິດ ຜູ້ອຳນວຍການ ສ.ວ.ນ, ພ້ອມດ້ວຍພະນັກງານຈາກທັງ 2 ພາກສ່ວນເຂົ້າຮ່ວມດ້ວຍບັນຍາກາດທີ່ເຕັມໄປດ້ວຍສຽງກອງເຊຍຢ່າງມ່ວນຊື່ນ ແລະ ຟົດຟື້ນ.

ການແຂ່ງຂັນກິລາແມ່ນດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ຮູ້ແພ້ຮູ້ຊະນະ, ຕ່າງຝ່າຍຕ່າງສ້າງບັນຍາກາດ ແລະ ຫຼິ້ນດ້ວຍນ້ຳໃຈນັກກິລາ. ສຳລັບຜົນການແຂ່ງຂັນແມ່ນ ທີມບານເຕະຊາຍ ສຳນັກງານ ຄຄຊ ພ້າຍແພ້ ໃຫ້ ສ.ວ.ນ ດ້ວຍຄະແນນ 4 ຕໍ່ 6.

ໃນການແຂ່ງຂັນກິລາຄັ້ງນີ້ ທັງສອງຝ່າຍໄດ້ແລກປ່ຽນທຸງກິລາ ແລະ ຊໍ່ດອກໄມ້ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ເຮັດໃຫ້ພະນັກງານທັງສອງຝ່າຍ ກໍ່ຄື ສຳນັກງານ ຄຄຊ ແລະ ສ.ວ.ນ ໄດ້ມີໂອກາດແລກປ່ຽນໂອ້ລົມກັນ ນອກຈາກວຽກງານວິຊາການແລ້ວ ກໍ່ຍັງມີຂະບວນການແຂ່ງຂັນກິລາ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.