Thursday, 09 May 2024

ຂ່າວສານ


ຫົວຂໍ້ຂ່າວ: ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນໃຫ້ແກ່ພະນັກງານກະຊວງຍຸຕິທຳ
ວັນທີອອກຂ່າວ: 2017-06-28 07:57:48

ເນື້ີອໃນຂ່າວ:

ໃນວັນທີ 20 ມິຖຸນາ 2017 ທີ່ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ ກະຊວງຍຸຕິທໍາ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ຮ່ວມກັບ ຫ້ອງການ ກະຊວງຍຸຕິທຳ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນກັບຮຸ້ນ” ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄຳພອນ ສີປະເສີດ ຫົວໜ້າຫ້ອງການ ກະຊວງຍຸຕິທຳ ແລະ ທ່ານ ນ. ນະຄອນສີ ມະໂນທັມ ຮອງຫົວໜ້າ ສໍານັກງານ ຄຄຊ ແລະ ພະນັກງານພາຍໃນກະຊວງຍຸຕິທຳ ເຂົ້າຮ່ວມທັງໝົດ 158 ທ່ານ.

ຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້ ກໍ່ແມ່ນເພື່ອເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນເວົ້າລວມ ເວົ້າສະເພາະກໍ່ແມ່ນຄວາມຮູ້ພື້ນຖານກ່ຽວກັບພາລະບົດບາດ ແລະ ກົນໄກຂອງຕະຫຼາດທຶນໃນ ສປປ ລາວ ໃຫ້ແກ່ພະນັກງານທຸກຂັ້ນ ແລະ ທຸກກົມ ພາຍໃນກະຊວງຍຸຕິທຳ. ກອງປະຊຸມໄດ້ຮັບການບັນຍາຍຈາກວິທະຍາ ກອນ 3 ພາກສ່ວນ ຄື: ສຳນັກງານ ຄຄຊ, ຕະຫຼາດຫຼັກຊັບລາວ ແລະ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ໄດ້ນຳສະເໜີໃນ 3 ຫົວຂໍ້ຍ່ອຍ ຄື: 1. “ພາບລວມຂອງຕະຫຼາດທຶນລາວ”; 2. “ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ” ແລະ 3. “ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ”.

ໃນລະຫວ່າງກອງປະຊຸມ ສັງເກດເຫັນໄດ້ວ່າ ນັກສຳນະນາກອນແມ່ນມີຄວາມສົນໃຈຕໍ່ເນື້ອໃນທີ່ນຳມາບັນ ຍາຍ, ຊຶ່ງສະແດງອອກຈາກການຕັ້ງຄໍາຖາມທີ່ຫຼາກຫຼາຍ ແລະ ແຕກຕ່າງກັນ. ພ້ອມນັ້ນ ກອງປະຊຸມຄັ້ງນີ້ກໍ່ຖືວ່າເປັນການໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນໃຫ້ແກ່ຜູ້ມີສ່ວນຮ່ວມໃນຕະຫຼາດທຶນ ກໍ່ຄື ມວນຊົນທົ່ວໄປ ຄັ້ງທີ 7 ຂອງສໍານັກງານ ຄຄຊ ປະຈຳປີ 2017.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.