Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ງານເປີດໂລກແຫ່ງການລົງທຶນ 2018 - ໃນຫົວຂໍ້: “ປັບໂລກະທັດໃໝ່ເພື່ອເຕີບໃຫຍ່ ໃນຕະຫຼາດທຶນ” ທີ່ ວຽງຈັນເຊັນເຕີ, ໃນວັນທີ 3-4 ພະຈິກ 2018.
ວັນທີອອກຂ່າວ: 2018-11-12 08:07:12

ເນື້ີອໃນຂ່າວ:

ໃນລະຫວ່າງ ວັນທີ 3-4 ພະຈິກ 2018, ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ຈັດງານ ເປີດໂລກແຫ່ງການລົງທຶນ 2018 (Investment GATEWAY 2018) ໃນຫົວຂໍ້: “ປັບໂລກະທັດໃໝ່ ເພື່ອເຕີບໃຫຍ່ໃນຕະຫຼາດທຶນ” ຂຶ້ນທີ່ ສູນການຄ້າວຽງຈັນເຊັນເຕີ, ຊຶ່ງມີ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ບໍລິສັດຫຼັກຊັບ, ບໍລິສັດ ຈົດທະບຽນ, ບໍລິສັດທີ່ມີເປົ້າໝາຍເຂົ້າຈົດທະບຽນໃນ ຕລຊລ ເຂົ້າຮ່ວມຕັ້ງບູດທ໌ ໂຄສະນາໃຫ້ຂໍ້ມູນທີ່ຕິດພັນກັບອົງກອນຕົນໃຫ້ແກ່ມວນຊົນ ຈໍານວນ 17 ບູດທ໌

ງານເປີດໂລກແຫ່ງການລົງທຶນ ປະຈໍາປີ 2018. ໄດ້ກ່າວເປີດງານຢ່າງເປັນທາງການ ໂດຍທ່ານ ວັນຄໍາ ວໍຣະວົງ, ຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ, ງານດັ່ງກ່າວຍັງໄດ້ຮັບກຽດເປີດພິທີ ໂດຍ ພະນະທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ, ທ່ານ ນ. ວັດທະນາດາລາລອຍ, ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ທ່ານ ນ. ສາຍສະໝອນ ຈັນທະຈັກ, ຫົວໜ້າ ສຄຄຊ, ພ້ອມນັ້ນກໍຍັງມີຕົວແທນຈາກພາກສ່ວນຕ່າງໆ ແລະ ບັນດາມວນຊົນກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການຈັດງານໃນຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ມວນຊົນທົ່ວໄປ ໄດ້ມີໂອກາດສໍາພັດກັບບູດທ໌ວາງສະແດງທີ່ຫຼາກຫຼາຍໃນຂົງເຂດວຽກງານຕະຫຼາດທຶນ, ເຈາະຈີ້ມທຸກປະເດັນສຳຄັນ ແບບຕົວຕໍ່ຕົວກັບຜູ້ບໍລິຫານຂອງພາກສ່ວນຕ່າງໆໃນຂົງເຂດວຽກງານຕະຫຼາດທຶນ ໃນກິດຈະກຳນັກລົງທຶນສຳພັນ, ລຸ້ນຮັບລາງວັນຢ່າງຫຼາກຫຼາຍຈາກພາກສ່ວນຕ່າງໆທີ່ເຂົ້າຮ່ວມຕັ້ງບູດທ໌ໂຄສະນາ. ນອກນັ້ນ, ມວນຊົນທົ່ວໄປຍັງໄດ້ມີໂອກາດຮັບຟັງສຳມະນາຈາກຜູ້ຊ່ຽວຊານດ້ານຕະຫຼາດທຶນຈາກພາຍໃນ ສປປ ລາວ ແລະ ປະເທດໄທ ເຊັ່ນ: ວິໃສທັດຕໍ່ສິ່ງທ້າທາຍຂອງການຈົດທະບຽນ, ວາງຍຸດທະສາດກ່ອນການລົງທຶນໃນຮຸ້ນ ແລະ ເຕັກນິກວິເຄາະຮຸ້ນຂັ້ນພື້ນຖານ ສູ່ຄວາມສຳເລັດ ເປັນຕົ້ນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.