Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ພິທີຖະແຫຼ່ງຂ່າວ ການເປີດ ຈອງ-ຊື້ ພັນທະບັດລັດຖະບານ ທີ່ອອກໂດຍກະຊວງການເງິນ ໂດຍຜ່ານຕະຫຼາດຫຼັກຊັບລາວ ໃນວັນທີ 25 ມີນາ 2019
ວັນທີອອກຂ່າວ: 2019-04-01 09:45:11

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງ ວັນທີ 25 ມີນາ 2019, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ໄດ້ຮ່ວມກັບ ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ ແລະ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ໄດ້ຈັດພິທີຖະແຫຼ່ງຂ່າວ ການເປີດຈອງ-ຊື້ ພັນທະບັດລັດຖະບານທີ່ອອກໂດຍ ກະຊວງການເງິນ ໂດຍຜ່ານ ຕະຫຼາດຫຼັກຊັບລາວ ຂຶ້ນທີ່ຫ້ອງປະຊຸມໃຫ່ຍ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ. ຊຶ່ງໃຫ້ກຽດຂຶ້ນຖະແຫຼງຂ່າວໃນຄັ້ງນີ້ໂດຍ ທ່ານ ອານຸກອນ ສຸທໍາມະວົງ ຜູ້ອໍານວຍການໃຫຍ່ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ (ຕາງໜ້າບໍລິສັດຫຼັກຊັບ) ເປັນກຽດເຂົ້າຮ່ວມພິທີຖະແຫຼງຂ່າວຄັ້ງນີ້ ປະກອບດ້ວຍບັນດາທ່ານ ຕາງໜ້າກົມ-ທຽບເທົ່າກົມພາຍໃນ ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍບັນດາສື່ມວນຊົນຕ່າງໆ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ

ຈຸດປະສົງ ໃນການຈັດພິທີຖະແຫຼງຂ່າວໃນຄັ້ງນີ້ ແມ່ນເພື່ອໃຫ້ບັນດາຜູ້ລົງທຶນ ແລະ ສື່ມວນຊົນ ໄດ້ຮັບຊາບເຖິງຄວາມຄືບໜ້າຂອງແຜນການຂາຍພັນທະບັດລັດຖະບານ ເປັນຕົ້ນແມ່ນ ມູນຄ່າຮຸ້ນ, ພັນທະບັດ ແລະ ອັດຕາດອກເບ້ຍທີ່ຕິດພັນໃນແຕ່ລະລຸ້ນ. ຊຶ່ງບໍລິສັດຫຼັກຊັບ ທັງ 3 ແຫ່ງ ແມ່ນໄດ້ນຳຈຸດແຂງ ແລະ ຖານລູກຄ້າຂອງແຕ່ລະບໍລິສັດທີ່ມີຢູ່ ໃນການໃຫ້ຂໍ້ມູນກັບນັກລົງທຶນທັງພາຍໃນ ແລະ ຕ່າງປະເທດນັບແຕ່ຕົ້ນປີ 2019 ເປັນຕົ້ນມາ ແລະ ໃນທ້າຍເດືອນກຸມພາ ກໍ່ໄດ້ນຳສະເໜີມູນຢູ່ຕ່າງປະເທດ ໃຫ້ກັບກອງທຶນ, ສະຖາບັນການເງິນ ແລະ ບໍລິສັດຫຼັກຊັບ ຈຳນວນໜຶ່ງ

ໃນການອອກພັນທະບັດຄັ້ງນີ້ມີມູນຄ່າທັງໝົດ 714 ກ່ວາຕື້ກີບ, ລາຄາກຳນົດ ແລະ ລາຄາຂາຍ ໜ່ວຍລະໜຶ່ງລ້ານກີບ ໂດຍໄດ້ແບ່ງພັນຖະບັດອອກເປັນ 4 ລຸ້ນຄື: ອາຍຸ 1ປີ, 3ປີ, 5ປີ ແລະ 7ປີ, ສ່ວນອາຍຸ 1 ປີ ມີມູນຄ່າບໍ່ເກີນ 210 ກ່ວາຕື້ກີບ ສ່ວນ 500 ກ່ວາຕື້ກີບ ແມ່ນແບ່ງໄປໃສ່ 3 - 5ປີ ແລະ 7ປີ, ເຊິ່ງອັດຕາດອກເບ້ຍ 1 ປີ=5,3%, 3ປີ=6,80%, 5ປີ=6,9 ແລະ 7ປີ=7,1%, ການຈ່າຍດອກເບ້ຍແມ່ນຈ່າຍ 2 ຄັ້ງຕໍ່ປີ

ສຳລັບການເປີດຈອງຊື້ພັນທະບັດລັດຖະບານແມ່ນຈະເປີດໃຫ້ກັບຜູ້ລົງທຶນພາຍໃນ ແລະ ຕ່າງປະເທດໄດ້ຈອງໃນລະຫວ່າງ ວັນທີ 25 ມີນາ ຫາວັນທີ 05 ເມສາ 2019 ເລີ່ມແຕ່ເວລາ 8:30-15:30 ໂມງ ຕະຫຼອດຊ່ວງໄລຍະເວລາການເປີດຈອງຊື້ ແລະ ຜູ້ລົງທຶນສາມາດຈອງຊື້ໄດ້ທີ່ ບໍລິສັດຫຼັກຊັບທັງສາມແຫ່ງ ທີ່ອາຄານຕະຫຼາດຫຼັກຊັບລາວ ຫຼື ສອບຖາມເພີ່ມຕື່ມໂທ:ບໍລິສັດຫຼັກຊັບລ້ານຊ້າງ ມະຫາຊົນ ໂທ: 021 265 461-8, ບໍລິສັດ ຫຼັກຊັບລາວ-ຈີນ ຈໍາກັດ 021 419 212-22, ບໍລິສັດຫຼັກຊັບ ທຄຕລ-ກທ 021 265 477

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.