Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ເຂົ້າຮ່ວມຝຶກອົບຮົມ ໃນຫົວຂໍ້: “ການພັດທະນາຕະຫຼາດພັນທະບັດ”
ວັນທີອອກຂ່າວ: 2019-05-21 12:35:02

ເນື້ີອໃນຂ່າວ:

ໃນລະຫວ່າງ ວັນທີ 9-10 ພຶດສະພາ 2019, ທະນາຄານແຫ່ງ ສປປ ລາວ ຮ່ວມກັບ ທະນາຄານພັດທະນາອາຊີ ຈັດຝຶກອົບຮົມຂຶ້ນ ໃນຫົວຂໍ້: “ການພັດທະນາຕະຫຼາດພັນທະບັດ” ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 6 ຕຶກສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ໃຫ້ກຽດຂຶ້ນກ່າວເປີດພິທີ ໂດຍ ທ່ານ ນ. ວຽງດາລີ ສຸພານຸວົງ ຮອງຫົວໜ້າ ສຄຄຊ, ການຝຶກອົບຮົມໃນຄັ້ງນີ້ໄດ້ຮັບກຽດຂຶ້ນບັນຍາຍໂດຍ ທ່ານ ໂກສິນ ພຶງໂສພົນ ຊ່ຽວຊານຂະແໜງການເງິນ, ທະນາຄານພັດທະນາອາຊີ ພ້ອມດ້ວຍຄະນະຊ່ຽວຊານ ຈາກທະນາຄານພັດທະນາອາຊີ ແລະ ສະມາຄົມຕະຫຼາດກາສານໄທ, ຝຶກອົບຮົມດັ່ງກ່າວມີນັກສໍາມະນາກອນມາຈາກຫຼາຍພາກສ່ວນເຊັ່ນ: ສຄຄຊ, ບໍລິສັດຈົດທະບຽນ, ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ, ແລະ ກົມອ້ອມຂ້າງທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມທັງໝົດຫຼາຍກ່ວາ 80 ທ່ານ.

ຈຸດປະສົງການເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມຮູ້ພື້ນຖານກ່ຽວກັບວຽກງານພັດທະນາຕະຫຼາດພັນທະບັດ ເພື່ອໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ສາມາດນໍາມາໝູນໃຊ້ວຽກງານຕົວຈິງໃຫ້ມີປະສິດຕິພາບຍິ່ງຂຶ້ນ, ເພື່ອກ້າວໄປເຖິງການເຊື່ອມໂຍງ ຕະຫຼາດພັນທະບັດອາຊຽນ ແລະ ສາກົນໃນຕໍ່ໜ້າ, ຊຶ່ງໃນປັດຈຸບັນນີ້ ສ ປປ ລາວ ແມ່ນພວມສຸມໃສ່ການພັດທະນາເສດຖະກິດ ແລະ ຕະຫຼາດທຶນ ກໍ່ເປັນອີກຊ່ອງທາງໜຶ່ງໃນການສະໜອງທຶນໃຫ້ແກ່ບັນດາວິສາຫະກິດທັງ ພາກລັດ ແລະ ເອກະຊົນ. ສະນັ້ນ, ບັນດາປະເທດອາຊຽນຈຶ່ງໄດ້ຍົກສູງຄວາມສໍາຄັນຕໍ່ສິ່ງດັ່ງກ່າວ, ໃນການຝຶກອົບຮົມໃນຄັ້ງນີ້ຈຶ່ງຖືໄດ້ວ່າເປັນອີກບາດກ້າວໜຶ່ງໃຫ້ແກ່ບັນດານັກສໍາມະນາກອນໃດ້ມີຄວາມເຂົ້າໃຈກ່ຽວກັບການພັດທະນາຕະຫຼາດພັນທະບັດຫຼາຍຂຶ້ນ.

ໃນຕອນທ້າຍຂອງການຝຶກອົບຮົມສໍາມະນາຍັງໄດ້ມີການແລກປ່ຽນຄໍາຄິດເຫັນລະຫວ່າງ ນັກວິທະຍາກອນ ແລະ ນັກສໍາມະນາກອນ ເຮັດໃຫ້ບັນດານັກສໍາມະນາກອນມີຄວາມເຂົ້າໃຈຫຼາຍຂຶ້ນໃນຫົວຂໍ້ດັ່ງກ່າວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.