Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມເປີດກ້ວາງ ທາບທາມຄຳເຫັນໃສ່ ຮ່າງກົດໝາຍວ່າດ້ວຍວຽກງານຫຼັກຊັບ (ສະບັບປັບປຸງ)
ວັນທີອອກຂ່າວ: 2019-06-25 08:57:48

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2019, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດກອງປະຊຸມເປີດກ້ວາງທາບທາມຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍວຽກງານຫຼັກຊັບ (ສະບັບປັບປຸງ) ຂຶ້ນທີ່ ຫ້ອງປະຊຸມ ສູນຮ່ວມມືສາກົນ ແລະ ການຝຶກອົບຮົມ (ສູນ ICTC) ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານ ຄຄຊ. ພ້ອມນັ້ນ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ, ກໍ່ໄດ້ຂຶ້ນມີຄຳເຫັນໃນກອງປະຊຸມດັ່ງກ່າວ ແລະ ຮັບຟັງການນຳສະເໜີ ຜົນສໍາເລັດຂອງການພັດທະນາຕະຫຼາດຫຼັກຊັບ ແລະ ເນື້ອໃນຂອງການປັບປຸງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ໂດຍ ທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້າ ສຄຄຊ, ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມຫຼາຍກ່ວາ 40 ພາກສ່ວນ ເປັນຕົ້ນແມ່ນ: ທະນາຄານແຫ່ງ ສປປ ລາວ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ສະພາແຫ່ງຊາດ ແລະ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.

ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອທາບທາມຄຳເຫັນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ໃສ່ຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ເພື່ອໃຫ້ຮ່າງກົດໝາຍສະບັບດັ່ງກ່າວມີເນື້ອໃນທີ່ສົມບູນ, ຄົບຖ້ວນ, ຮັດກຸມ ແລະ ເປັນບ່ອນອີງໃນການຄຸ້ມຄອງວຽກງານຫຼັກຊັບໃຫ້ມີປະສິດຕິຜົນສູງ ເຖິງວ່າໃນໄລຍະຜ່ານມາກົດໝາຍສະບັບດັ່ງກ່າວ ສາມາດເປັນບ່ອນອີງໃນການຄຸ້ມຄອງວຽກງານຫຼັກຊັບໃນລະດັັບດີພໍສົມຄວນ ເປັນຕົ້ນແມ່ນການຄຸ້ມຄອງການເຄື່ອນໄຫວຂອງ ຕະຫຼາດຫຼັກຊັບລາວ ,ບໍລິສັດອອກຈໍາໜ່າຍຫຼັກຊັບ, ບໍລິສັດຈົດທະບຽນ, ສະຖາບັນສື່ກາງດ້ານຫຼັກຊັບ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ແຕ່ຖ້າທຽບໃສ່ການຂະຫຍາຍຕົວຂອງວຽກງານຫຼັກຊັບພາຍໃນປະເທດ ພາກພື້ນ ແລະ ສາກົນ ເຫັນໄດ້ວ່າບາງເນື້ອໃນຂອງກົດໝາຍວ່າດ້ວຍຫຼັກຊັບ ສະບັບປີ 2012 ຍັງບໍ່ທັນເປັນລະບົບ ແລະ ຍັງບໍ່ສອດຄ່ອງກັບກົດໝາຍທີ່ປິ່ນອ້ອມວຽກງານຫຼັກຊັບ, ຍັງຂາດບາງເນື້ອໃນທີ່ສໍາຄັນ ແລະ ບາງເນື້ອໃນກໍ່ຍັງບໍ່ຊັດເຈນ. ດັ່ງນັ້ນ, ຈຶ່ງໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນເພື່ອທາບທາມຄຳເຫັນຈາກບັນດາພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃສ່ຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ເພື່ອໃຫ້ຮ່າງກົດໝາຍດັ່ງກ່າວມີເນື້ອໃນທີ່ສົມບູນ, ຄົບຖ້ວນ ແລະ ແທດເໝາະກັບການພັດທະນາ ຕະຫຼາດທຶນຂອງ ສປປ ລາວ.

ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາເຄິ່ງວັນ ເຖິງວ່າຈະເປັນເວລາທີ່ສັ້ນແຕ່ກໍ່ເຕັມໄປດ້ວຍເນື້ອໃນທີ່ເລິກເຊິ່ງ, ບັນດາພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງໃນການປະກອບຄຳຄິດເຫັນຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍຜົນສໍາເລັດຕາມຈຸດປະສົງຕາມລະດັບຄາດ ໝາຍທີ່ກໍານົດໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.