Sunday, 19 May 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມສໍາມະນາວຽກງານຕະຫຼາດທຶນ ແລະ ການລົງຢ້ຽມຢາມຂອງ ອາຈານ ແລະ ພະນັກງານການນໍາ ຮຽນບໍາລຸງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຊຸດທີ XVIII ທີ່ວິທະຍາຄານປ້ອງກັນຊາດໄກສອນພົມວິຫານ
ວັນທີອອກຂ່າວ: 2020-03-31 15:13:20

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງ ວັນທີ 13 ມີນາ 2020, ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ ແລະ 3 ບໍລິສັດຫຼັກຊັບ ຄື: ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ ແລະ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບວຽກງານຕະຫຼາດທຶນ ແລະ ໄດ້ຕ້ອນຮັບການລົງຢ້ຽມຢາມຂອງພະນັກງານການນໍາ ຮຽນບໍາລຸງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຊຸດທີ XVIII ທີ່ວິທະຍາຄານປ້ອງກັນຊາດໄກສອນພົມວິຫານ, ຊຶ່ງໄດ້ຈັດຂຶ້ນທີ່ຕະຫຼາດຫຼັກຊັບລາວ. ໂດຍໃຫ້ກຽດກ່າວຕ້ອນຮັບໃນຄັ້ງນີ້ ໂດຍ ທ່ານ ອືນ ຊອນ ຮ່ວາງ ຮອງຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ ແລະ ໃຫ້ກຽດຂຶ້ນກ່າວມີຄຳເຫັນ ໂດຍ ທ່ານ ພຸດ ສິມມາລາວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ. ໃນກອງປະຊຸມຄັ້ງນີ້ ໄດ້ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພັນເອກ ປອ. ສຸວັນທອງ ບຸນເລີດ ຮອງຫົວໜ້າກົມອົບຮົມ ແລະ ກໍ່ສ້າງ ວິທະຍາຄານ ປ້ອງກັນຊາດ ໄກສອນພົມວິຫານ ພ້ອມດ້ວຍ ອາຈານ ແລະ ພະນັກງານການນໍາເຂົ້າຮ່ວມ ຫຼາຍກ່ວາ 30 ທ່ານ.

ໃນການກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອໃຫ້ພະນັກງານພາກລັດ ໄດ້ຮັບຮູ້ ແລະ ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນ ໃນ ສປປ ລາວ. ການສໍາມະນາດັ່ງກ່າວ ພ້ອມນີ້ ນັກສໍາມະນາກອນ ຍັງໄດ້ຟັງການບັນຍາຍໃນ 03 ຫົວຂໍ້ຄື: 1. ພາບລວມຕະຫຼາດທຶນລາວ; 2. ພາລະບົດບາດຂອງຕະຫຼາດຫຼັກຊັບລາວ; 3. ຜົນປະໂຫຍດຂອງການລົງທຶນໃນຫຼັກຊັບ ແລະ ພັນທະບັດລັດຖະບານ ຊຶ່ງໄດ້ຮັບກຽດບັນຍາຍໂດຍຜູ້ຕາງໜ້າຈາກ ຄະນະສໍານັກງານ ຄຄຊ, ຕະຫຼາດຫຼັກຊັບລາວ ແລະ 03 ບໍລິສັດຫຼັກຊັບ. ພ້ອມນັ້ນ, ຄະນະດັ່ງກ່າວໄດ້ລົງຢ້ຽມຢາມ ຕລຊລ ແລະ 03 ບໍລິສັດຫຼັກຊັບ ທີ່ຕັ້ງຢູ່ອາຄານ ຕລຊລ ແລະ ໄດ້ຮັບຢັງກ່ຽວກັບພາລະບົດບາດຂອງ ຕລຊລ ແລະ 03 ບໍລິສັດຫຼັກຊັບ, ຊຶ່ງໃນຕອນທ້າຍຂອງກອງປະຊຸມ 03 ບໍລິສັດຫຼັກຊັບ ຮ່ວມກັບ ບໍລິສັດ ເອເນໂກ້ ໄດນາມິກ ມະຫາຊົນ ໄດ້ມອບເງິນອຸປະຖໍາໃຫ້ແກ່ ວິທະຍາຄານປ້ອງກັນຊາດໄກສອນພົມວິຫານ ຈໍານວນ 12.000.000 ກີບຖ້ວນ.

ກອງປະຊຸມສໍາມະນາໃນຄັ້ງນີ້ແມ່ນດໍາເນີນມາເປັນເວລາເຄິ່ງວັນ, ຊຶ່ງບັນດານັກສໍາມະນາກອນແມ່ນໃຫ້ຄວາມສົນໃຈກ່ຽວກັບຫົວຂໍ້ດັ່ງກ່າວ ສະແດງອອກຈາກການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ແລະ ເຮັດໃຫ້ກອງປະຊຸມສໍາເລັດຢ່າງຈົບງາມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.