Monday, 29 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວຽກງານຫຼັກຊັບໃຫ້ແກ່ ບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ
ວັນທີອອກຂ່າວ: 2020-09-18 07:36:01

ເນື້ີອໃນຂ່າວ:

ເພື່ອປະຕິບັດຕາມແຜນການເຄື່ອນໄຫວປະຈຳປີ 2020 ໃນການເຜີຍແຜ່ລະບຽບການ, ນິຕິກຳ ແລະ ບັນດາຂໍ້ຕົກລົງຕ່າງໆ ທີ່ສ້າງຂຶ້ນໃໝ່ ແລະ ປັບປຸງໃໝ່ ໃຫ້ແກ່ ບໍລິສັດທີ່ຈົດທະບຽນ ໃນຕະຫຼາດຫຼັກຊັບລາວ ແລະ ເພື່ອເປັນການສົ່ງເສີມຄວາມຮູ້ກ່ຽວກັບນິຕິກຳວຽກງານຫຼັກຊັບ ໃຫ້ແກ່ບໍລິສັດຈົດທະບຽນ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານດັ່ງກ່າວ, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວຽກງານຫຼັກຊັບໃຫ້ແກ່ ບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ ໃນຕອນບ່າຍຂອງວັນທີ 11 ກັນຍາ 2020, ເວລາ 13:00-16:00 ໂມງ ທີ່ຫ້ອງປະຊຸມໃຫ່ຍ ບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ. ກອງປະຊຸມຄັ້ງນີ້ປະກອບມີຄະນະຜູ້ອຳນວຍການ, ສະມະຊິກສະພາບໍລິຫານ ແລະ ບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 17 ທ່ານ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້າ ສຳນັກງານ ຄຄຊ ແລະ ທ່ານ ວັດດານາ ສຸຄະບັນດິດ ຜູ້ອຳນວຍການໃຫ່ຍ ບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ

ໃນກອງປະຊຸມເຜີຍແຜ່ (DR) ດັ່ງກ່າວໄດ້ຮັບຟັງການບັນຍາຍ ໃນ 02 ຫົວຂໍ້ຄື: 1.) ຂໍ້ຕົກລົງວ່າດ້ວຍການເອົາຮຸ້ນອ້າງອີງເພື່ອvອກໄປຢັ້ງຢືນສິດ (ສ້າງໃໝ່) ແລະ 2.) ຄໍາແນະນຳວ່າດ້ວຍການຄຸ້ມຄອງບໍລິຫານສຳລັບບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ. ໃນກອງປະຊຸມເຜີຍແຜ່ຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ມີການຊັກຖາມຂໍ້ຂ້ອງໃຈຫຼາຍດ້ານຢ່າງກົງໄປກົງມາ ເຮັດໃຫ້ມີບັນຍາກາດທີ່ຟົດຝື້ນ ຊຶ່ງກົງກັບເນື້ອໃນຈິດໃຈຂອງການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້. ຜ່ານການຮັບຟັງການເຜີຍແຜ່ໃນຄັ້ງນີ້ ໄດ້ເຮັດໃຫ້ບັນດານັກສໍາມະນາກອນ ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບຫຼັກການ, ຂັ້ນຕອນ ແລະ ກົນໄກການນຳເອົາຮຸ້ນຂອງບໍລິສັດຈົດທະບຽນໄປອ້າງອີງເພື່ອອອກໃບຢັ້ງຢືນສິດ ຢູ່ຕະຫຼັກຊັບຕ່າງປະເທດ. ພ້ອມທັງ, ມີຄວາມເຂົ້າໃຈ ແລະ ກໍາໄດ້ເລິກເຊີ່ງຫຼາຍຂຶ້ນກ່ຽວກັບຫຼັກການຈັດຕັ້ງປະຕິບັດຂອງ ສະພາບໍລິຫານ ແລະ ຄະນະອຳນວຍການ ບໍລິສັດທີ່ຈົດທະບຽນ. ທັງນີ້, ກໍເຮັດໃຫ້ ບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ ທີ່ມີການຈັດຕັ້ງປະຕິບັດສອດຄ່ອງກັບລະບຽບການ ສໍານັກງານ ຄຄຊ ຢູ່ແລ້ວ ໃນໄລຍະຜ່ານມາ, ສືບຕໍ່ຈັດຕັ້ງປະຕິບັດໃຫ້ດີຍີ່ງຂຶ້ນ ບໍວ່າຈະເປັນດ້ານການບໍລິຫານພາຍໃນບໍລິສັດ, ຂອດການລາຍງານຕໍ່ ສໍານັກງານ ຄຄຊ ແລະ ອື່ນໆ ເພື່ອເປັນແບບຢ່າງໃຫ້ແກ່ການຈັດຕັ້ງປະຕິບັດຂອງ ບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວໂດຍລວມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.