Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ຈັດຊຸດຝຶກອົບຮົມຄັ້ງປະຖົມມະລຶກ ໃນຫົວຂໍ້: “ການວິເຄາະດ້ວຍປັດໃຈພື້ນຖານ”
ວັນທີອອກຂ່າວ: 2021-04-05 14:09:24

ເນື້ີອໃນຂ່າວ:

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ພ້ອມດ້ວຍ ຜູ້ມີສ່ວນຮ່ວມໃນໂຄງການສົ່ງເສີມຄວາມຮູ້ຕະຫຼາດທຶນລາວ (Capital Market Education for Public CMEP) ໄດ້ປະກາດຮັບສະໝັກຜູ້ທີ່ມີຄວາມສົນໃຈສຶກສາກ່ຽວກັບວຽກງານຕະຫຼາດທຶນ ໂດຍສະເພາະການວິເຄາະຮຸ້ນ ຜ່ານທາງເພສເຟສບຸກທີ່ມີຊື່ວ່າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (Lao Securities Commission Office) ເພື່ອເຂົ້າຮ່ວມການຝຶກອົບຮົມ (ໂດຍບໍ່ມີຄ່າໃຊ້ຈ່າຍທີ່ຕິດພັນ) ແລະ ເຫັນວ່າມີຫຼາຍທ່ານໃຫ້ຄວາມສົນໃຈ. ສະນັ້ນ ສຄຄຊ ພ້ອມດ້ວຍໂຄງການ CMEP ຈຶ່ງໄດ້ຮ່ວມກັນຈັດຊຸດຝຶກອົບຮົມຄັ້ງປະຖົມມະລຶກໃນຫົວຂໍ້: “ການວິເຄາະຮຸ້ນດ້ວຍປັດໃຈພື້ນຖານ” ໃຫ້ແກ່ມວນຊົນຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 6 ສຄຄຊ ທີ່ບ້ານໂພນສະອາດ ໃນຕອນເຊົ້າ ຂອງວັນທີ 19 ມີນາ 2021 ໂດຍການເປັນປະທານຂອງ ທ່ານ ວຽງຄຳ ວັນສີລາລົມ ຮອງຫົວໜ້າ ສຄຄຊ, ຊຶ່ງມີຜູ້ເຂົ້າຮ່ວມຈາກຫຼາກຫຼາຍພາກສ່ວນ ບໍ່ວ່າຈະເປັນນັກສຶກສາ, ພໍ່ຄ້າຊາວຂາຍ, ພະນັກງານລັດ ແລະ ເອກະຊົນ ແລະ ເຈົ້າຂອງທຸລະກິດຫຼາຍທ່ານກໍ່ໄດ້ເຂົ້າມາຮ່ວມຈໍານວນ ຫຼາຍກ່ວາ 56 ທ່ານ.

ຈຸດປະສົງຂອງການຈັດຊຸດຝຶກອົບຮົມຄັ້ງປະຖົມມະລຶກນີ້ ກໍ່ແມ່ນເພື່ອເຜີຍແຜ່ຄວາມຮູ້ພື້ນຖານ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນ ເວົ້າລວມ ເວົ້າສະເພາະ ກໍ່ແມ່ນ ຄວາມຮູ້ພື້ນຖານກ່ຽວກັບການວິເຄາະຮຸ້ນ ໃຫ້ມວນຊົນໄດ້ຮັບຊາບ ເພື່ອສາມາດນຳໄປເປັນຂໍ້ມູນ ແລະ ເພື່ອເປັນບ່ອນອິງປະກອບໃນການຕັດສິນໃຈເຂົ້າມາມີສ່ວນຮ່ວມ ແລະ ເປີດໃຈໃຫ້ຕະຫຼາດທຶນເປັນອີກທາງເລືອກໜຶ່ງໃນການລົງທຶນ.

ການຝຶກອົບຮົມໃນຄັ້ງນີ້ໄດ້ນຳສະເໜີ 2 ຫົວຂໍ້ ທີ່ຕິດພັນເປັນຕົ້ນແມ່ນ: ພາບລວມຂອງຕະຫຼາດທຶນລາວ ທີ່ບັນຍາຍໂດຍ ທ່ານ ນ. ສຸດສະດາ ຕິ່ນທອງໃສ ຮອງຫົວໜ້າພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ ສຄຄຊ ແລະ ອີກຫົວຂໍ້ໜຶ່ງທີ່ເປັນໝາກຫົວໃຈຂອງການຝຶກອົບຮົມໃນຄັ້ງນີ້ກໍ່ແມ່ນ ການວິເຄາະຮຸ້ນຂັ້ນພື້ນຖານ ທີ່ໃຫ້ກຽດບັນຍາຍໂດຍ ທ່ານ ປອ. ເທບສະຫວັນ ກິດຕິຍະວົງ ຜູ້ອຳນວຍການ ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ

ການຝຶກອົບຮົມດຳເນີນໄປຕາມວາລະ ເຫັນວ່າທັງຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມ ໄດ້ແລກປ່ຽນຄວາມຮູ້ ຖາມ ຕອບກັນຢ່າງກົງໄປກົງມາ ແລະ ມີການແຈກຢາຍຂອງທີ່ລະນຶກໃຫ້ຜູ້ທີ່ປະກອບສ່ວນຕັ້ງຄຳຖາມ ເຮັດໃຫ້ກອງປະຊຸມມີບັນຍາກາດທີ່ຟົດຟື້ນ ແລະ ເປັນໄປຕາມເນື້ອແທ້ຈິດໃຈຂອງກອງປະຊຸມຄາດການໄວ້ ແລະ ໃນຕອນທ້າຍຂອງການຝຶກອົບຮົມ ທາງຄະນະຈັດຕັ້ງ ກໍ່ໄດ້ມີພິທີມອບ-ຮັບ ໃບຢັ້ງຢືນການເຂົ້າຮ່ວມຝຶກອົບຮົມ ໃນຫົວຂໍ້: “ການວິເຄາະຮຸ້ນດ້ວຍປັດໃຈພື້ນຖານ” ໃຫ້ແກ່ຜູ້ເຂົ້າຮ່ວມໝົດທຸກທ່ານອີກດ້ວຍ, ຊຶ່ງເຫັນໄດ້ເຖິງບັນຍາກາດແຫ່ງຄວາມພາກພູມໃຈ ແລະ ປິຕິຍິນດີຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມການຝຶກອົບຮົມຮ່ວມກັນໃນຄັ້ງນີ້ ທັງຄະນະຈັດຕັ້ງ ແລະ ຜູ້ເຂົ້າຮ່ວມ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.