Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຂຸ້ນຂ້ຽວເຜີຍແຜ່ຄວາມຮູ້ ກ່ຽວກັບຕະຫຼາດທຶນໃນ ຂະແໜງການສຶກສາ
ວັນທີອອກຂ່າວ: 2021-04-05 14:38:45

ເນື້ີອໃນຂ່າວ:

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ພ້ອມດ້ວຍ ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບລາວ ຈີນ ຈຳກັດ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ໃຫ້ແກ່ພະນັກງານຄູ-ອາຈານ ແລະ ນັກສຶກສາ ຂຶ້ນທີ່ ສະໂມສອນໃຫຍ່ ສະຖາບັນເສດຖະກິດ-ການເງິນ ທີ່ບ້ານດົງຄຳຊ້າງຂຶ້ນ ໃນຕອນບ່າຍ ຂອງວັນທີ 10 ມີນາ 2021 ໂດຍການເປັນປະທານຮ່ວມຂອງ ທ່ານ ວຽງຄຳ ວັນສີລາລົມ ຮອງຫົວໜ້າ ສຄຄຊ ແລະ ທ່ານ ປອ ນ. ຄຳແສງ ບົວລະພັນ ຮອງຫົວໜ້າ ສະຖາບັນເສດຖະກິດ-ການເງິນ ດົງຄຳຊ້າງ, ຊຶ່ງມີພະນັກງານ ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມຈາກຫຼາຍກ່ວາ 200 ທ່ານ

ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ກໍ່ແມ່ນເພື່ອເຜີຍແຜ່ຄວາມຮູ້ພື້ນຖານ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນໃຫ້ມວນຊົນໄດ້ຮັບຊາບ ເພື່ອສາມາດເປັນອີກກະບອກສຽງໜຶ່ງໃນການຕ້ານ ແລະ ສະກັດກັ້ນ ການລະດົມທຶນທີ່ຜິດກົດໝາຍ ຫຼື ເຄື່ອນໄຫວນອກວັດຖຸປະສົງ ຂອງບາງພາກສ່ວນ ທີ່ຂັດກັບກົດໝາຍ ວ່າດ້ວຍຫຼັກຊັບ ແລະ ຍັງເປັນຂົວເຊື່ອມໃນການສຶກສາຄວາມເຂົ້າໃຈເພື່ອໃຫ້ພະນັກງານຄູ-ອາຈານ ແລະ ນັກສຶກສາ ເຫັນໄດ້ເຖິງຄວາມສຳຄັນ ຫັນມາມີສ່ວນຮ່ວມໃນການລະດົມທຶນຜ່ານຕະຫຼາດທຶນ ຫຼື ປະກອບສ່ວນລົງທຶນ ໃຫ້ຕະຫຼາດທຶນລາວ ເຕີບໃຫ່ຍຂະຫຍາຍຕົວ ແລະ ໄດ້ຮັບການພັດທະນາໄປໃນທາງທີ່ດີຂຶ້ນຢ່າງເປັນກ້າວໆ

ກອງປະຊຸມເຜີຍແຜ່ດັ່ງກ່າວໄດ້ນຳສະເໜີ 4 ຫົວຂໍ້ ທີ່ຕິດພັນເປັນຕົ້ນແມ່ນ: ພາບລວມຂອງຕະຫຼາດທຶນລາວ, ບົດບາດ ແລະ ພັນທະຂອງບໍລິສັດຈົດທະບຽນຮຸ້ນ, ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ ແລະ ຂໍ້ມູນກ່ຽວກັບການຈຳໜ່າຍພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວ.

ກອງປະຊຸມດຳເນີນໄປຕາມວາລະ ເຫັນວ່າທັງຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມ ເປັນຕົ້ນແມ່ນນ້ອງໆນັກສຶກສາທີ່ສະຖາບັນດັ່ງກ່າວ ກໍ່ໄດ້ແລກປ່ຽນຄວາມຮູ້ ຖາມ-ຕອບກັນຢ່າງກົງໄປກົງມາ ແລະ ມີການແຈກຢາຍຂອງທີ່ລະນຶກໃຫ້ຜູ້ທີ່ປະກອບສ່ວນຕັ້ງຄຳຖາມ ເຮັດໃຫ້ກອງປະຊຸມມີບັນຍາກາດທີ່ດີພໍສົມຄວນ ແລະ ສຳເລັດຢ່າງຈົບງາມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.