Wednesday, 08 May 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ 3 ຝ່າຍຄັ້ງທີ 1 ປະຈຳປີ 2022
ວັນທີອອກຂ່າວ: 2022-01-27 15:30:26

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 21 ມັງກອນ 2022 ທີ່ ຫ້ອງປະຊຸມ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ໄດ້ຈັດກອງປະຊຸມ 3 ຝ່າຍຄັ້ງທີ 1 ປະຈຳປີ 2022, ໂດຍການເປັນປະທານຂອງ ທ່ານ ສຽວສະຫວາດ ທິລະກຸນ, ຮອງຫົວໜ້າ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ພ້ອມດ້ວຍຄະນະພະແນກຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ພ້ອມດຽວກັນກໍ່ຍັງມີຜູ້ເຂົ້າຮ່ວມຈາກ ຕະຫຼາດຫຼັກຊັບລາວ ແລະ 3 ບໍລິສັດຫຼັກຊັບ ຄື: ບໍລິສັດຫຼັກຊັບ ທຄຕລ-ກລ ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ເຊິ່ງເຂົ້າຮ່ວມກອງປະຊຸມທາງໄກ (ອອນລາຍ) ໂດຍມີຜູ້ເຂົ້າຮ່ວມທັງໝົດຈຳນວນ 38 ທ່ານ

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອລາຍງານຄວາມຄືບໜ້າກ່ຽວກັບການຈັດຕັ້ງປະຕິບັດໃນມະຕິກອງປະຊຸມຄັ້ງກ່ອນ ແລະ ເພື່ອປຶກສາຫາລືແຜນການຈັດຕັ້ງປະຕິບັດວຽກງານຫຼັກຊັບທີ່ເປັນຈຸດເນັ້ນໜັກໃນການພັດທະນາຕະຫຼາດທຶນໃນປີ 2022 ໂດຍແມ່ນຜູ້ຕາງໜ້າຈາກແຕ່ລະພາກສ່ວນໄດ້ນຳສະເໜີສະພາບຕາມເນື້ອໃນທີ່ຕິດພັນກັບພາກສ່ວນຂອງຕົນຢ່າງຄົບຖ້ວນ

ພ້ອມນີ້ ໃນຕອນທ້າຍຂອງກອງປະຊຸມ ຜູ້ເຂົ້າຮ່ວມທັງໝົດຍັງໄດ້ຮ່ວມກັນປຶກສາຫາລື ແລກປ່ຽນຄວາມຄິດເຫັນກ່ຽວກັບບັນຫາຄົງຄ້າງທີ່ຕິດພັນກັບວຽກງານຕະຫຼາດທຶນໃນປີ 2021 ຢ່າງກົງໄປກົງມາ ເພື່ອໃຫ້ມີວິທີທາງແກ້ໄຂ ພ້ອມນຳເອົາເນື້ອໃນຈິດໃຈດັ່ງກ່າວເຂົ້າໃນມະຕິກອງປະຊຸມເພື່ອນຳໄປຜັນຂະຫຍາຍຈັດຕັ້ງປະຕິບັດໃຫ້ສາມາດບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້ຢ່າງທັນສະພາບການ, ເຮັດໃຫ້ຕະຫຼາດທຶນໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສາມາດສ້າງຄວາມໝັ້ນໃຈ ແລະ ດຶງດູດຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດມາລົງທຶນໃນຕະຫຼາດທຶນລາວອີກດ້ວຍ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.