Sunday, 05 May 2024

ຂ່າວສານ


ຫົວຂໍ້ຂ່າວ: ພິທີເປີດຫຼັກສູດຝຶກອົບຮົມໄລຍະສັ້ນໃນການສ້າງຄວາມເຂັ້ມແຂງທາງດ້ານມາດຕະຖານສາກົນດ້ານການລາຍງານການເງິນ (IFRS) ສຳລັບພະນັກງານ
ວັນທີອອກຂ່າວ: 2022-07-22 11:14:24

ເນື້ີອໃນຂ່າວ:

ວຽກງານການບັນຊີກ່ຽວກັບ ມາດຕະຖານສາກົນດ້ານການລາຍງານການເງິນ (IFRS) ເປັນວຽກງານອັນ ໃໝ່ ແລະ ເປັນວຽກງານອັນສໍາຄັນຫຼາຍ ສໍາລັບ ສປປ ລາວ ແລະ ເປັນວຽກງານທີ່ມີຄວາມທ້າທາຍຫຼາຍ ໂດຍສະເພາະ ສາມຂະແໜງການເປັນຕົ້ນ: ຫຼັກຊັບ, ທະນາຄານ ແລະ ປະກັນໄພ, ເຫັນໄດ້ວ່າທຸກຂະແໜງການ ແມ່ນມີຄວາມຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດມາດຕະຖານ IFRS ໃຫ້ຖ່ວງທັນຕາມເວລາທີ່ທາງກະຊວງການເງິນ ໄດ້ກໍານົດໄວ້ໃນປີ 2026. ດັ່ງນັ້ນ, ສຄຄຊ ຈຶ່ງໄດ້ຮ່ວມກັບສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ໃນການຄົ້ນຄວ້າສ້າງຫຼັກສູດຝຶກອົບຮົມໄລຍະສັ້ນໃນການສ້າງຄວາມເຂັ້ມແຂງທາງດ້ານມາດຕະຖານIFRS ສໍາລັບພະນັກງານ.

ສະນັ້ນ ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2022 ທີ່ ຫ້ອງປະຊຸມໃຫຍ່ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ກໍ່ໄດ້ຈັດພິທີເປີດຫຼັກສູດຝຶກອົບຮົມໄລຍະສັ້ນໃນການສ້າງຄວາມເຂັ້ມແຂງທາງດ້ານມາດຕະຖານສາກົນດ້ານການລາຍງານການເງິນ (IFRS) ສຳລັບພະນັກງານຂຶ້ນ, ໂດຍການເປັນປະທານຂອງ ທ່ານ ນ. ຟອງຈິນດາ ແສງສຸລິວົງ ຫົວໜ້າສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ ພ້ອມນີ້ ຍັງມີ ທ່ານ ນ. ນະຄອນສີ ມະໂນທັມ ຫົວໜ້າກົມບັນຊີ ແລະ ການເງິນ ທະນາຄານແຫ່ງ ສປປ ລາວ, ທ່ານ ສອນໄຊ ສີລາເພັດ ປະທານສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ, ທ່ານ ຄຳປິວ ທິບພະວົງພັນ ຮອງປະທານສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ຊຶ່ງເປັນຄູຝຶກໃນການຝຶກອົບຮົມໄລຍະສັ້ນໃນຄັ້ງນີ້ ພ້ອມທັງຜູ້ເຂົ້າຮ່ວມ ຈາກ 3 ຂະເເໜງ ການທີ່ກ່າວມາຂ້າງເທິ່ງ ໂດຍມີ ຈຳນວນ 35 ທ່ານ.

ຈຸດປະສົງຂອງຫຼັກສູດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ຈາກພາກສ່ວນທີ່ກ່ຽວຂ້ອງ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ແລະ ສາມາດນໍາບົດຮຽນທີ່ໄດ້ຝຶກອົບຮົມ ໄປໝູນໃຊ້ໃນວຽກງານຕົວຈິງ ໂດຍສະເພາະການວິເຄາະຊ່ອງຫວ່າງ, ສ້າງແຜນຂ້າມຜ່ານ ແລະ ດໍາເນີນການຫັນໄປສູ່ການຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ (IFRS) ແບບເຕັມຮູບແບບ.

ຫຼັກສູດຝຶກອົບຮົມຈະດຳເນີນໄປເປັນເວລາ 34 ວັນ ເລີ່ມຕັ້ງແຕ່ວັນທີ 16 ກໍລະກົດ ແລະ ຈະສິ້ນສຸດລົງໃນວັນທີ 6 ພະຈິກ ປີ 2022 ນີ້ (ຮຽນສະເພາະວັນເສົາ-ອາທິດ) ໂດຍຄູຝຶກຜູ້ຊົງຄຸນວຸດທິ ຈາກສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ທີ່ໄດ້ຮັບໃບຢັ້ງຢືນ CPA ລາວຈາກກະຊວງການເງິນ, ລົງເລິກ ແລະ ມີປະສົບການໃນການຈັດຕັ້ງປະຕິບັດວຽກງານການບັນຊີມາຫຼາຍປີ ຊຶ່ງຜູ້ເຂົ້່າຮ່ວມຈະໄດ້ຝຶກອົບຮົມ ແລະ ເພີ່ມທັກສະທີ່ຕິດພັນກັບ 3 ວິຊາ ເປັນຕົ້ນແມ່ນ: Financial Accounting, Financial Reporting ແລະ Corporate Reporting ຊຶ່ງທັງ 3 ວິຊານີ້ ແມ່ນປະກອບມີແຕ່ລະມາດຕະຖານ IFRS ແລະ ມາດຖານບັນຊີສາກົນ (IAS) ສອດແຊກນໍາບົດຮຽນຂອງແຕ່ລະວິຊາ. ພ້ອມດຽວກັນນີ້, ພາຍຫລັງສຳເລັດການຝຶກອົບຮົມນີ້ແລ້ວ ຜູ້ເຂົ້າຮ່ວມທີ່ເສັງຜ່ານ 3 ວິຊາດັ່ງກ່າວ ຈະໄດ້ຮັບໃບຢັ້ງຢືນ ແລະ ສາມາດສືບຕໍ່ຮຽນຫລັກສູດ CPA ໂດຍບໍ່ລວມ 3 ວິຊາຂ້າງເທິ່ງ.

ນອກນີ້ ໃນການກ່າວເປີດພິທີເປີດຫຼັກສູດຝຶກອົບຮົມໄລຍະສັ້ນ ທ່ານ ນ. ຟອງຈິນດາ ແສງສຸລິວົງ ຫົວໜ້າ ສຄຄຊ, ປະທານກອງປະຊຸມຍັງໄດ້ເນັ້ນໜັກຕໍ່ຜູ້ເຂົ້າຮ່ວມວ່າ: ການຝຶກອົບຮົມໃນຄັ້ງນີ້ ເປັນການຝຶກອົບຮົມໄລຍະສັ້ນທີ່ສໍາຄັນຫຼາຍຕໍ່ພວກເຮົາ ໂດຍສະເພາະບັນດາທ່ານທີ່ມາຈາກຂະແໜງການຫຼັກຊັບ, ຂະແໜງການທະນາຄານ ແລະ ຂະແໜງການປະກັນໄພ. ດັ່ງນັ້ນ, ຂ້າພະເຈົ້າ ຂໍໃຫ້ບັນດາທ່ານ ຕັ້ງໃຈຮັບຟັງ ແລະ ຄົ້ນຄວ້າຕັ້ງຄຳຖາມທີ່ກ່ຽວຂ້ອງດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດແນວໃດໃຫ້ພວກເຮົາສາມາດນຳເອົາບົດຮຽນຂອງ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ເພື່ອນຳໄປໜູນໃຊ້ເຂົ້າໃນວຽກງານທີ່ກ່ຽວຂ້ອງຂອງທ່ານ ແລະ ໃນການພັດທະນາອົງກອນຂອງທ່ານ ໃຫ້ເປັນຮູບປະທຳ ແລະ ຍືນຍົງຕໍ່ໄປ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.