Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມເຜີຍແຜ່ນິຕິກຳໃຫ້ແກ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
ວັນທີອອກຂ່າວ: 2022-09-06 14:03:09

ເນື້ີອໃນຂ່າວ:

ເພື່ອປະຕິບັດຕາມແຜນການເຄື່ອນໄຫວປະຈຳປີ 2022 ໃນການເຜີຍແຜ່ນິຕິກຳກໍຄື: ບັນດາລະບຽບການ ແລະ ຂໍ້ຕົກລົງຕ່າງໆ ທີ່ສ້າງຂຶ້ນໃໝ່ ແລະ ປັບປຸງໃໝ່ ໃຫ້ແກ່ ບໍລິສັດຈົດທະບຽນ ໃນຕະຫຼາດຫຼັກຊັບລາວ ແລະ ເພື່ອເປັນການສົ່ງເສີມຄວາມຮູ້ກ່ຽວກັບນິຕິກຳວຽກງານຫຼັກຊັບ ໃຫ້ແກ່ບໍລິສັດຈົດທະບຽນ ໄດ້ຮັບຮູ້ ແລະ ເຂົ້າໃຈໃນລວງດຽວກັນກ່ຽວກັບວຽກງານດັ່ງກ່າວ,ທັງຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ສອດຄ່ອງຕາມນິຕິກຳທີ່ກ່ຽວຂ້ອງກຳນົດ,ໃນຕອນເຊົ້າຂອງວັນທີ 02 ກັນຍາ 2022, ທີ່ສຳນັກງານໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ . ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວຽກງານຫຼັກຊັບປະຈຳປີ 2022 ຂື້ນໂດຍປະກອບມີຄະນະອຳນວຍການ, ສະມາຊິກສະພາບໍລິຫານ ແລະ ບັນດາພະນັກງານທີ່ກ່ຽວຂ້ອງຂອງ ບໍລິສັດ ຜະລິດ-ໄຟຟ້າ ລາວມະຫາຊົນ ເຂົ້າຮ່ວມທັງໝົດ 27 ທ່ານ ທັງແບບອອນລາຍ ແລະ ເຊີ່ງໜ້າ ພ້ອມທັງ ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນ. ວຽງດາລີ ສຸພານຸວົງ ຮອງຫົວໜ້າ ສຳນັກງານ ຄຄຊ ແລະ ທ່ານ ວັນແສງ ວັນນະວົງ ຮັກສາການຜູ້ອໍານວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ.

ໃນກອງປະຊຸມດັ່ງກ່າວ ໄດ້ເຜີຍແຜ່ 04 ຫົວຂໍ້ຄື: 1.) ຂໍ້ຕົກລົງວ່າດ້ວຍສະພາບໍລິຫານຂອງບໍລິສັດຈົດທະບຽນ 2.) ຂໍ້ຕົກລົງວ່າດ້ວຍການຊື້ຮຸ້ນຄືນຂອງບໍລິສັດຈົດທະບຽນ 3.) ບົດແນະນຳ ການຈັດກອງປະຊຸມຜູ້ຖືຮຸ້ນສຳລັບບໍລິສັດຈົດທະບຽນ ແລະ 4.) ຂໍ້ຕົກລົງວ່າດ້ວຍ ການລາຍງານ ແລະ ການເປີດເຜີຍຂໍ້ມູນ. ໃນກອງປະຊຸມເຜີຍແຜ່ຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນຄຳຄິດຄຳເຫັນຫຼາຍດ້ານຢ່າງກົງໄປກົງມາ ລວມທັງນຳເອົາບັນຫາຂໍ້ຄົງຄ້າງເພື່ອປຶກສາຫາລື ແລະ ຊອກຫາວິທີແກ້ໄຂຮ່ວມກັນ ເຮັດໃຫ້ມີບັນຍາກາດທີ່ຟົດຝື້ນ ແລະ ກອງປະຊຸມດັ່ງກ່າວກໍໄດ້ປິດລົງຢ່າງຈົບງາມ ຊຶ່ງກົງກັບເນື້ອໃນຈິດໃຈຂອງການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.