Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມເສວະນາກ່ຽວກັບວຽກງານຫຼັກຊັບ (Securities Panel Discussion)
ວັນທີອອກຂ່າວ: 2022-10-20 17:12:33

ເນື້ີອໃນຂ່າວ:

ເພື່ອເປັນການຂໍ່ານັບຮັບຕ້ອນວັນສ້າງຕັ້ງຕະຫຼາດທຶນລາວ ຄົບຮອບ 12 ປີ ເວົ້າລວມ ເວົ້າສະເພາະກໍ່ຄືເພື່ອເປັນການຊຸກຍູ້ ແລະ ສົ່ງເສີມຂະບວນການວິຊາສະເພາະກ່ຽວກັບວຽກງານຫຼັກຊັບ ໃນວັນທີ່ມີຄວາມໝາຍຄວາມສຳຄັນຂອງຂະເໜງການຕະຫຼາດທຶນລາວ.

ສະນັ້ນ ໃນຕອນບ່າຍຂອງວັນທີ 18 ຕຸລາ 2022 ທີ່ ຫ້ອງປະຊຸມໃຫຍ່ຊັ້ນ 8 ຕຶກຕະຫຼາດຫຼັກຊັບລາວ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ (ຕລຊລ) ກໍ່ໄດ້ຈັດກອງປະຊຸມເສວະນາກ່ຽວກັບວຽກງານຫຼັກຊັບ (Securities Panel Discussion) ຂຶ້ນ ໂດຍການສະໜັບສະໜູນຈາກລັດຖະບານລຸກຊຳບວກພາຍໃຕ້ໂຄງການຊ່ວຍເຫຼືອ Lao/032, ຊຶ່ງກອງປະຊຸມໃນຄັ້ງນີ້ໃຫ້ກຽດເປັນປະທານ ແລະ ກ່າວເປີດງານໂດຍ ທ່ານ ນ. ຟອງຈິນດາ ແສງສຸລິວົງ ຫົວໜ້າສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຮ່ວມມີຄຳເຫັນໂດຍທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການຕະຫຼາດຫຼັກຊັບລາວ ແລະ ຜູ້ຕາງໜ້າຈາກຫ້ອງການຮ່ວມມືລາວ-ລຸກຊຳບວກ ພ້ອມນີ້ ກໍ່ໄດ້ມີຜູ້ບໍລິຫານ ແລະ ຕາງໜ້າຈາກຜູ້ມີສວ່ນຮ່ວມໃນຕະຫຼາດທຶນລາວ ພ້ອມດ້ວຍຜູ້ຮັບຜິດຊອບຈັດງານໃນຄັ້ງນີ້ເຂົ້າຮ່ວມຈຳນວນຫຼາຍກ່ວາ 200 ທ່ານ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.