Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມສໍາມະນາ ໃນຫົວຂໍ້: “ຮຸ້ນກູ້ໃນ ສປປ ລາວ”
ວັນທີອອກຂ່າວ: 2022-11-02 16:13:09

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 20 ຕຸລາ 2022 ທີ່ ໂຮງແຮມຄລາວພລາຊາ ນະຄອນຫຼວງວຽງຈັນ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ອົງການການເງິນສາກົນ (IFC) ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາ ໃນຫົວຂໍ້: “ຮຸ້ນກູ້ໃນ ສປປ ລາວ” ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ຟອງຈິນດາ ແສງສຸລິວົງ ຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ນ. ພາຣາມິດຕ້າ ດາສກຸບຕ້າ, ຫົວໜ້າຂະແໜງການໃຫ້ຄຳປຶກສາດ້ານສະພາບແວດລ້ອມການດຳເນີນທຸລະກິດ ປະຈຳພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ, ອົງການການເງິນສາກົນ ຊຶ່ງມີຜູ້ບັນຍາຍຈາກ ສໍານັກງານ ຄຄຊ, ບໍລິສັດກວດສອບ ເອີນແອນຢັງ ສສ ຫວຽດນາມ ແລະ ອົງການການເງິນສາກົນ ພ້ອມທັງຜູ້ເຂົ້າຮ່ວມ ຈາກກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ຕະຫຼາດຫຼັກຊັບລາວ ແລະ ພະນັກງານທີ່ກ່ຽວຂ້ອງ ຈາກ ສຄຄຊ ເຂົ້າຮ່ວມຢ່າງພ້ອມພຽງຈຳນວນ 36 ທ່ານ.

ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ກໍ່ແມ່ນເພື່ອນຳສະເໜີຍຸດທະສາດການພັດທະນາຕະຫຼາດທຶນລາວ 10ປີ (2021-2030) ໂດຍສະເພາະຕິດພັນກັບການພັດທະນາຕະຫຼາດຮຸ້ນກູ້ ໃນ ສປປ ລາວ, ນຳສະເໜີບົດປະເມີນສະພາບແວດລ້ອມການດໍາເນີນງານຂອງຕະຫຼາດຮຸ້ນກູ້ (Lao Corporate Bond Market Assessment) ແລະ ແລກປ່ຽນຄໍາຄິດຄໍາເຫັນຈາກບັນດາຜູ້ຄຸ້ມຄອງ ຫຼື ຜູ້ມີສ່ວນຮ່ວມໃນການພັດທະນາຕະຫຼາດຮຸ້ນກູ້ ຂອງ ສປປ ລາວ. ກອງປະຊຸມສຳມະນາໃນຄັ້ງນີ້ດຳເນີນໄປເປັນເວລາເຄິ່ງວັນ ຊຶ່ງຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍ ທັງໝົດ 3 ຫົວຂໍ້ປະກອບມີ: 1) ຍຸດທະສາດການພັດທະນາຕະຫຼາດທຶນ ແລະ ສິ່ງທ້າທາຍ, 2) ການປະເມີນຕະຫຼາດຮຸ້ນກູ້ ໃນ ສປປ ລາວ ແລະ 3) ບົດຮຽນຂອງການພັດທະນາຕະຫຼາດຮຸ້ນກູ້ຢູ່ໃນພາກພື້ນ.

ພ້ອມນີ້ ໃນກອງປະຊຸມພາຍຫຼັງສຳເລັດການຮັບຟັງການບັນຍາຍໃນແຕ່ລະວາລະສຳເລັດແລ້ວ ຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ພ້ອມທັງ ມີການຍົກກໍລະນີສຶກສາປະກອບໃສ່ແຕ່ລະຫົວຂໍ້ໃຫ້ເຫັນພາບພາວະວິໄສຍິ່ງຂຶ້ນອີກດ້ວຍ ເຮັດໃຫ້ບັນຍາກາດກອງປະຊຸມໃນຄັ້ງນີ້ດຳເນີນໄປຢ່າງຟົດຟື້ນ, ເຕັມໄປດ້ວຍການແລກປ່ຽນຄວາມຄິດເຫັນທາງດ້ານວິຊາການໃນຫົວຂໍ້ທີ່ຕິດພັນ ແລະ ສຸດທ້າຍກອງປະຊຸມກໍ່ໄດ້ຈົບລົງຕາມວັນເວລາທີ່ກຳນົດໄວ້ໃນວາລະກອງປະຊຸມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.