Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ສໍາມະນາ ລະຫວ່າງ ສຄຄຊ ແລະ ຄຄຊ ສປ ຈີນ Webinar ໃນຫົວຂໍ້: “ການພັດທະນາຕະຫຼາດທຶນ”
ວັນທີອອກຂ່າວ: 2022-11-02 16:33:24

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 24 ຕຸລາ 2022 ທີ່ ຫ້ອງປະຊຸມ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຮ່ວມກັບ ຄຄຊ ສປ ຈີນ ໄດ້ຈັດກອງປະຊຸມສຳມະນາທາງໄກຂຶ້ນໃນຫົວຂໍ້: “ການແລກປ່ຽນບົດຮຽນໃນການພັດທະນາຕະຫຼາດທຶນ” ໂດຍການໃຫ້ກຽດເປັນປະທານຂອງທ່ານ ນ. ວຽງດາລີ ສຸພານຸວົງ ຮອງຫົວໜ້າ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ພ້ອມນີ້ ຍັງມີບັນດາ ຜູ້ຕາງໜ້າຈາກ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ , ຄະນະອຳນວຍການຕະຫຼາດຫຼັກຊັບລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງຈຳນວນ 27 ທ່ານ.

ຈຸດປະສົງ ຂອງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອເພີ່ມທະວີ ແລະ ຍົກລະດັບ ຄວາມຮູ້ຄວາມສາມາດ ກ່ຽວກັບ ການຄຸ້ມຄອງວຽກງານຫຼັກຊັບ ພ້ອມທັງ ຖອດຖອນບົດຮຽນ ແລະ ປະສົບການໃນວຽກງານດັ່ງກ່າວ ຈາກ ສປ. ຈີນ ພ້ອມນີ້ ກໍ່ເພື່ອຊຸກຍູ້ວຽກງານການຄຸ້ມຄອງຕະຫຼາດທຶນໃຫ້ເຂັ້ມແຂງ ເປັນຕົ້ນແມ່ນ ການຄຸ້ມຄອງບໍລິສັດປະເມີນມູນຄ່າຊັບສິນທີ່ເຄື່ອນໄຫວໃນຂົງເຂດວຽກງານຫຼັກຊັບ, ການຄຸ້ມຄອງກອງທຶນເພື່ອການລົງທຶນໃນບໍລິສັດ (PE Fund: Private Equity Fund) ແລະ ທຸລະກິດຮ່ວມລົງທຶນ (VC: Venture Capital) ແລະ ການຄຸ້ມຄອງຕະຫຼາດຫຼັກຊັບ.

ກອງປະຊຸມສຳມະນາໃນຄັ້ງນີ້ດຳເນີນໄປເປັນເວລາເຄິ່ງວັນເຊິ່ງຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍທັງໝົດ 3 ຫົວຂໍ້ດ້ວຍກັນຄື: 1) ການຄຸ້ມຄອງບໍລິສັດປະເມີນມູນຄ່າຊັບສິນ; 2) ກົນໄກການຄຸ້ມຄອງກອງທຶນ ເພື່ອການລົງທຶນໃນບໍລິສັດ ແລະ ທຸລະກິດລົງທຶນ; 3) ການຄຸ້ມຄອງຕະຫຼາດຫຼັກຊັບ”

ຊຶ່ງທັງໝົດ 3 ຫົວຂໍ້ນີ້ໄດ້ຖືກນຳສະເໜີໂດຍຜູ້ຊ່ຽວຊານຈາກຂະເເໜງການສະເພາະຂອງ ຄຄຊ ສປ ຈີນ. ພ້ອມນີ້ ໃນຕອນທ້າຍຂອງກອງປະຊຸມພາຍຫຼັງສຳເລັດການຮັບຟັງການບັນຍາຍຄົບທຸກຫົວຂໍ້ແລ້ວ ຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາເຮັດໃຫ້ບັນຍາ ກາດກອງປະຊຸມໃນຄັ້ງນີ້ດຳເນີນໄປຢ່າງຫ້າວຫັນ ແລະ ສຸດທ້າຍກອງປະຊຸມກໍ່ໄດ້ຈົບລົງຢ່າງຈົບ ງາມຕາມທີ່ກຳນົດໄວ້ໃນວາລະກອງປະຊຸມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.