Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມສຳມະນາກ່ຽວກັບວຽກງານກວດສອບພາຍໃນ (Internal Audit)
ວັນທີອອກຂ່າວ: 2023-02-06 10:33:10

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 31 ມັງກອນ 2023 ທີ່ ຫ້ອງປະຊຸມ, ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຮ່ວມກັບ ບໍລິສັດຫຼັກຊັບ ເອພີເອັມລາວ ຈໍາກັດ ຈັດກອງປະຊຸມສໍາມະນາກ່ຽວກັບວຽກງານກວດສອບພາຍໃນ (Internal Audit) ໂດຍການເປັນປະທານຂອງ ທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້າ ສຳນັກງານຄະນະກຳ ມະການຄຸ້ມຄອງຫຼັກຊັບ ແລະ ນໍາສະເໜີໂດຍ ທ່ານ ນາງ ວັນນາ ມະເລືອງນົນ ຜູ້ອຳນວຍການ ບໍລິສັດ ແອັກພລາສ ຄອນເຊົາເທິນ ຈຳກັດ (ACC-Plus Consultant Co.ltd) ຈາກປະເທດໄທ, ຊຶ່ງປະກອບມີບາງເນື້ອໃນຄື: ຄວາມໝາຍສໍາຄັນຂອງວຽກງານກວດສອບພາຍໃນ, ຄຸນສົມບັດຂອງຜູ້ກວດສອບພາຍໃນ, ຂອບເຂດໜ້າທີ່ຂອງຜູ້ຮັບຜິດ ຊອບວຽກງານກວດສອບພາຍໃນ, ຜົນປະໂຫຍດຂອງວຽກງານກວດສອບພາຍໃນ ແລະ ປະເດັນທີ່ຄວນເອົາໃຈໃສ່ໃນເວລາກວດສອບ. ຊື່ງມີຜູ້ເຂົ້າຮ່ວມຈາກ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ, ບໍລິສັດ ຫຼັກຊັບ ເອພີເອັມລາວ ຈໍາກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງຫຼາຍກວ່າ 30 ທ່ານ.

ເນື້ອໃນຫຼັກຂອງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງວຽກງານກວດ ສອບພາຍໃນ, ຊຶ່ງຄະນະກໍາມະການຄຸ້ມຄອງຫຼັກຊັບ ກໍ່ໄດ້ຍົກສູງຄວາມສໍາຄັນຂອງວຽກດັ່ງກ່າວ ໂດຍໄດ້ຊຸກຍູ້ໃຫ້ຜູ້ ມີສ່ວນຮ່ວມໃນຕະຫຼາດທຶນ ໃຫ້ມີຄວາມເຂົ້າໃຈເຖິງຄວາມສໍາຄັນໃນການຄຸ້ມຄອງບໍລິຫານທີ່ດີ (good corporate governance), ວຽກງານກວດສອບພາຍໃນ ແມ່ນໄດ້ຖືກນໍາໃຊ້ເປັນເຄື່ອງມືຫຼັກ ທີ່ທີ່ຈະຊ່ວຍໃຫ້ສາມາດເພີ່ມປະສິດທິພາບໃນການຄຸ້ມຄອງບໍລິຫານອົງກອນຂອງຕົນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.