Tuesday, 07 May 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຜູ້ຖືຮຸ້ນຕະຫຼາດຫຼັກຊັບລາວ ປະຈຳປີ 2023
ວັນທີອອກຂ່າວ: 2023-09-06 17:16:51

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 6 ກັນຍາ 2023 ທີ່ຫ້ອງປະຊຸມຂອງໂຮງແຮມ ເສດຖາ ປາລາສ ໄດ້ມີການຈັດກອງປະ ຊຸມຜູ້ຖືຮູ້ນຕະຫຼາດຫຼັກຊັບ ປະຈຳປີ 2023 ຂຶ້ນ ໂດຍກອງປະຊຸມດັ່ງກ່າວ ແມ່ນກອງປະຊຸມປຶກສາຫາລືຂອງຜູ້ຖືຮຸ້ນ ຈາກ ທະນາຄານແຫ່ງ ສປປ ລາວ ໂດຍ ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ທ່ານ Ki Kyung Kim ປະທານຕະຫຼາດຫຼັກຊັບ ສ. ເກົາຫຼີ ພ້ອມດ້ວຍຄະນະ.

ກອງປະຊຸມຄັ້ງນີ້ ໄດ້ຍົກຫລາຍບັນຫາການພັດທະນາຕະຫລາດຫລັກຊັບລາວ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຕະຫລາດ ພ້ອມທັງສີ່ງທ້າທາຍດ້ານຕ່າງໆ ເພື່ອໃຫ້ຂາຮຸ້ນທັງສອງພ້ອມກັນຄົ້ນຄວ້າປຶກສາຫາລືຮ່ວມກັນ ໃນການຊອກທາງອອກໃຫ້ແກ່ຕະຫລາດຫລັກຊັບລາວ ເພື່ອຮັບປະກັນຄວາມເຂັ້ມແຂງແລະຍືນຍົງໃນການດຳເນີນທຸລະກິດຫລັກຊັບ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.