Tuesday, 07 May 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມສຳມະນາ ຮ່ວມມື ລະຫວ່າງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໃນຫົວຂໍ້“ ມາດຕະຖານສາກົນດ້ານການລາຍງານການເງິນ (IFRS 3, IFRS 11, IFRS 12 ແລະ AIS 28)”
ວັນທີອອກຂ່າວ: 2023-09-14 14:03:30

ເນື້ີອໃນຂ່າວ:

ເພື່ອສືບຕໍ່ຈັດຕັ້ງປະຕິບັດ ແຈ້ງການຂອງ ທ່ານ ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ກ່ຽວກັບ ການປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ (IFRS) ແລະ ແຜນການຮ່ວມມືສາກົນຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ປະຈຳປີ 2023 ໃຫ້ປະກົດຜົນເປັນຈິງ. ສຄຄຊ ຮ່ວມມືກັບ CPA Australia ໄດ້ຈັດຕັ້ງກອງປະຊຸມສຳມະນາອອນລາຍ ໃນຫົວຂໍ້ “ມາດຕະຖານສາກົນດ້ານການລາຍງານການເງິນ” ຂຶ້ນໃນຕອນເຊົ້າ ເວລາ 09:30 ໂມງ ຂອງວັນທີ 12 ກັນຍາ 2023, ຢູ່ທີ່ ຫ້ອງປະຊຸມໃຫຍ່ ສຄຄຊ ໂດຍການເປັນປະທານຂອງ ທ່ານ ນາງ ວຽງດາລີ ສຸພານຸວົງ ຮອງຫົວໜ້າ ສຄຄຊ. ພ້ອມນີ້, ຍັງມີ ຜູ້ຕາງໜ້າຈາກຜູ້ມີສ່ວນຮ່ວມໃນຕະຫຼາດທຶນ ເປັນຕົ້ນ: ສຄຄຊ, ຕະຫຼາດຫຼັກຊັບລາວ, ບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ, ບໍລິສັດຫຼັກຊັບ, ບໍລິສັດກວດສອບ, ທະນາຄານດູເເລຊັບສິນ ເຂົ້າຮ່ວມຢ່າງພ້ອມພຽງ ຈຳນວນ 80 ທ່ານ.

ກອງປະຊຸມສຳມະນາອອນລາຍໃນຄັ້ງນີ້ ໄດ້ຮັບຟັງ, ແລກປ່ຽນບົດຮຽນ ແລະ ປະສົບການ ລະຫວ່າງ ຊ່ຽວຊານຈາກ CPA Australia ແລະ ຜູ້ຊ່ຽວຊານຈາກ KPMG Vietnam ກັບຜູ້ເຂົ້າຮ່ວມ ເປັນຕົ້ນ: ຫຼັກການຈັດຕັ້ງປະຕິບັດ IFRS 3: ການລວມທຸລະກິດ, IFRS 11: ຂໍ້ຕົກລົງຮ່ວມ , IFRS 12: ການເປີດເຜີຍຜົນປະໂຫຍດໃນຫົວຫນ່ວຍອື່ນ ແລະ AIS 28: ເງິນລົງທຶນໃນບໍລິສັດຮ່ວມ ແລະ ບໍລິສັດຮ່ວມຄ້າ. ຜ່ານການຈັດຕັ້ງກອງປະຊຸມສຳມະນາດັ່ງກ່າວ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຮຽນຮູ້ ແລະ ນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນການກຽມຄວາມພ້ອມຮອບດ້ານໃນການຈັດຕັ້ງປະຕິບັດ IFRS ຂອງອົງກອນຂອງຕົນໃນຕໍ່ໜ້າ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.